ເມນເຟຣມ
Appearance
![](http://178.128.105.246/cars-http-upload.wikimedia.org/wikipedia/commons/thumb/e/ec/Honeywell-Bull_DPS_7_Mainframe_BWW_March_1990.jpg/300px-Honeywell-Bull_DPS_7_Mainframe_BWW_March_1990.jpg)
ເມນເຟຣມ ແມ່ນ ຄອມພິວເຕີ ສ່ວນຫຼາຍຖືກໃຊ້ໂດຍ ວິສາຫະກິດຂະໜາດໃຫຍ່ ເພື່ອແລ່ນ ໂປແກມນຳໃຊ້ທີ່ສຳຄັນ, ຫຼື ຈັດການຖານຂໍ້ມູນຂະໜາດໃຫຍ່ ເຊັ່ນ ສະຖິຕິພົນລະເມືອງ,ທຸລະກິດ, ແລະ ໄປຈົນຮອດ ການຊຳລະທາງການເງິນ..
ໂດຍທົ່ວໄປ ປະຈຸບັນ ຄຳວ່າ ເມນເຟຣມ ຈະໝາຍເຖິງ ບັນດາຄອມພິວເຕີ ທີ່ ໃຊ້ໄດ້ກັບ IBM System/360, ທີ່ຖືກສ້າງຂຶ້ນມາໃຊ້ເປັນເທື່ອທຳອິດ ໃນ ປີ 1965.
ຄຸນລັກສະນະ ຂອງ ເມນເຟຣມ[ດັດແກ້]
ເກືອບທຸກໆ ເມນເຟຣມ ມີຄວາມສາມາດແລ່ນ ຫຼາຍໆ ໂອເອສ (OS) ແລະ ປະຕິບັດງານຄືກັນກັບ ຄອມພິວເຕີນ້ອຍ ເປັນຫຼາຍໆສິບ ຫຼື ຫຼາຍໆຮ້ອຍໜ່ວຍ.